MEKONG LEGAL
ທີ່ປຶກສາທີ່ຊ່ຽວຊານດ້ານກົດໝາຍແຮງງານ ແລະ ການຈ້າງງານ
ຕິດຕໍ່ພວກເຮົາ

ພວກເຮົາແມ່ນໃຜ?

ພວກເຮົາແມ່ນທະນາຍຄວາມທີ່ມາຈາກປະເທດອົດສະຕຣາລີ ສອງ ທ່ານ, ຊຶ່ງມາຈາກ ຊິສ໌ນີ້ ແລະ ເມວເບີ້ນ ທີ່ມີສະເໜ່ ແລະ ຄວາມຕັ້ງໃຈໃນການເຮັດວຽກເພື່ອປະສົມປະສານຕະຫຼາດຢູ່ໃນພາກພື້ນລຸ່ມແມ່ນໍ້າຂອງ, ພວກເຮົາໄດ້ເລີ່ມການເດີນທາງຂອງພວກເຮົາດ້ວຍການຮວບຮວມປະສົບການໃນການເປັນທີ່ປຶກສາອາວຸໂສຢູ່ທີ່ບໍລິສັດທີ່ປຶກສາທີ່ສ້າງຕັ້ງຂຶ້ນຢູ່ໃນພາກພື້ນ, ຊຶ່ງ ໜ້າວຽກແມ່ນກ່ຽວຂ້ອງກັບບັນຫາຢູ່ ສປປ ລາວ, ກຳປູເຈຍ, ມຽນມ້າ, ໄທ ແລະ ຫວຽດນາມ. ການເຮັດວຽກຂອງພວກເຮົາແມ່ນມີຄວາມຫຼາກຫຼາຍໃນຂະນະທີ່ເຮັດວຽກຢູ່ ສປປ ລາວ ໃນປີ 2016.

            ດ້ວຍຄ່ານິຍົມ ແລະ ຄວາມຜິດຫວັງຂອງພວກເຮົາທີ່ມີຕໍ່ບໍລິສັດທີ່ປຶກສາກົດໝາຍທີ່ບໍລິງານງານແບບດັ້ງເດີມຢູ່ໃນພາກພື້ນນີ້, ພວກເຮົາມີວິໄສທັດທີ່ຈະໃຫ້ບໍລິການທີ່ປຶກສາກົດໝາຍໃນລາຄາທີ່ບໍ່ແພງ, ສາມາດປະຕິບັດໄດ້ ແລະ ເຂົ້າເຖິງໄດ້ງ່າຍ. ແມ່ຂອງ ລີໂກລ໌ ແມ່ນທີ່ສຸດຂອງການເດີນທາງ ແລະ ເປັນແຮງບັນດານໃຈຂອງພວກເຮົາ. ພວກເຮົາສ້າງຕັ້ງບໍລິສັດທີ່ປຶກສາກົດໝາຍນີ້ຂຶ້ນ ເພື່ອໃຫ້ພວກເຮົາສາມາດຝຶກຝົນ ແລະ ພັດທະນາຄວາມມູ່ງໝັ້ນຂອງພວກເຮົາໃນການໃຫ້ບໍລິການທີ່ປຶກສາກົດໝາຍທີ່ມີຄຸນນະພາບ-ໂດຍສະເພາະແມ່ນອອນລາຍ.

            ໃນຖານະທີ່ເປັນທະນາຍຄວາມຍຸກໃໝ່, ພວກເຮົາມີຄວາມເຊື່ອໝັ້ນໃນຄວາມເປັນ

ການບໍລິການຂອງພວກເຮົາ

ບໍ່ວ່າທ່ານຈະເປັນບຸກຄົນ, ບໍລິສັດ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ສະຖານທູດ ຫຼື ອົງການຈັດຕັ້ງ, ພວກເຮົາຢູ່ທີ່ນີ້ເພື່ອຊ່ວຍທ່ານ.

ສຳລັບຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ພວກເຮົາສາມາດຊ່ວຍທ່ານໃນການຮ່າງ ແລະ ທົບທວນຄືນສັນຍາແຮງງານ, ກົດລະບຽບແຮງງານຂອງບໍລິສັດ ຫຼື ການຈັດຕັ້ງ (ກົດລະບຽບພາຍໃນ) ແລະ ໃຫ້ຄໍາປຶກສາແກ່ທ່ານໃນທຸກໆດ້ານທີ່ກ່ຽວຂ້ອງກັບກົດໝາຍແຮງງານຂອງລາວ.

ການຄົ້ນຄວ້າຂອງພວກເຮົາແມ່ນມີຈຸດປະສົງເພື່ອພັດທະນາເງື່ອນໄຂແຮງງານ ແລະ ການວ່າຈ້າງງານ ໂດຍການສະ    ໜອງການຄົ້ນຄວ້າທີມີຂໍ້ມູນຫຼັກຖານ ເພື່ອໃຫ້ການເປັນນະໂຍບາຍ ແລະ ການພັດທະນາ. ນອກຈາກນີ້, ໃນຖານະທະນາຍຄວາມທີ່ມີຈັນຍາບັນ ພວກເຮົາຈະມອບການປຶກສາທາງດ້ານກົດໝາຍແບບບໍ່ເສຍຄ່າຄືນໃຫ້ແກ່ຊຸມຊົນທ້ອງຖິ່ນ.

ຊັບພະຍາກອນທາງດ້ານກົດໝາຍ

ພວກເຮົາຮັບຮູ້ເຖິງຄວາມຫຍຸ້ງຍາກໃນການຕີຄວາມໝາຍກົດໝາຍແຮງງານຂອງລາວ. ຂໍ້ມູນສາທາລະນະນັ້ນແມ່ນຫາຍາກ, ບໍ່ໜ້າເຊື່ອຖື ແລະ ເຮັດໃຫ້ເຂົ້າໃຈຜິດໄດ້ງ່າຍ.

ການໃຊ້ປະໂຫຍດຈາກປະສົບການຂອງພວກເຮົາ ແລະ ຂໍ້ມູນຮອບດ້ານທີ່ເປັນເອກະລັກໃນປະເດັນທີ່ຈຳເປັນໃຫ້ແກ່ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ພວກເຮົາໄດ້ຮວບຮວມຂໍ້ມູນແລະ ພວກເຮົາເຊື່ອວ່າທ່ານມີຄວາມຈຳເປັນທີ່ຈະຕ້ອງຮູ້ກ່ອນທີ່ຈະລົງທຶນໃນຕະຫຼາດຂອງລາວ ແລະ ເມື່ອທ່ານໄດ້ມາເຮັດວຽກຕົວຈິງຢູ່ທີ່ນີ້.

ພວກເຮົາສະໜັບສະໜູນໃຫ້ທ່ານອ່ານຄຳແນະນຳທາງດ້ານກົດໝາຍ, ການອັບເດດຂ່າວສານ ແລະ ຫົວຂໍ້ຂອງພວກເຮົາ. ຖ້າທ່ານກຳລັງຊອກຫາຂໍ້ມູນກ່ຽວກັບກົດໝາຍທີ່ພວກເຮົາບໍ່ໄດ້ສະໜອງໄວ້ໃນທີ່ນີ້. ພວກເຮົາມີຊັບພະຍາກອນທີ່ຈະຊ່ວຍທ່ານ.