ພວກເຮົາເຂົ້າໃຈວ່າ ຄ່າບໍລິການທາງດ້ານກົດໝາຍແມ່ນມີມູນຄ່າສູງ ແລະ ໃຊ້ເວລາດົນກ່ອນທີ່ຈະໄດ້ຮັບຄຳປຶກສາທາງດ້ານກົດໝາຍສະບັບງ່າຍດາຍໃດໜຶ່ງ. ມາດຖານການກຳນົດລາຄາ ແລະ ນະໂຍບາຍຕ່າງໆແມ່ນອາດຈະບໍ່ມີການປ່ຽນແປງ ສຳລັບ ບໍລິສັດທີ່ກົດໝາຍທີ່ມີຢູ່ໃນປະຈຸບັນ, ຊຶ່ງສ່ວນໃຫຍ່ແມ່ນມີຮູບແບບການບໍລິຫານແບບດັ້ງເດີມ.
ພວກເຮົາໝັ້ນໃຈວ່າ ການບໍລິການທາງດ້ານກົດໝາຍຈະຕ້ອງສາມາດຈັບຕ້ອງໄດ້, ໂປ່ງໃສ ແລະ ສາມາດເຂົ້າເຖິງໄດ້ ແລະ ນັ້ນແມ່ນວິໄສທັດຂອງພວກເຮົາ. ສ້າງຄວາມເຂັ້ມແຂງຈາກຄວາມຮູ້ພາຍໃນຂອງພວກເຮົາ, ການເນັ້ນໜັກຂອງການບໍລິການ ແລະ ການມີຄ່າໃຊ້ຈ່າຍທີ່ຕໍ່າ, ຊຶ່ງເຮັດໃຫ້ພວກເຮົາມີຄວາມຫວັງທີ່ຈະສົ່ງຕໍ່ຜົນປະໂຫຍດດັ່ງກ່າວນີ້ໃຫ້ແກ່ທ່ານ.
ຄ່າບໍລິການຂອງພວກເຮົາແມ່ນຄົງທີ່ ໂດຍປາສະຈາກຄ່າໃຊ້ຈ່າຍອື່ນໆທີ່ເກີດຂຶ້ນແບບບໍ່ໄດ້ແຈ້ງໃຫ້ທ່ານຮັບຮູ້ກ່ອນ.