ແມ່ນແລ້ວ, ພວກເຮົາແມ່ນບໍລິສັດທີ່ປຶກສາກົດໝາຍທີ່ຈົດທະບຽນຢູ່ ສປປ ລາວ. ພວກເຮົາມີໃບອະນຸຍາດທີ່ຖືກຕ້ອງ ແລະ ຄົບຖ້ວນໃນການສະໜອງການບໍລິການທາງດ້ານກົດໝາຍໃນທຸກໆຂະແຫນງການຂອງ ສປປ ລາວ. ນັບຈາກນີ້ໄປ, ພວກເຮົາໄດ້ຖືກເລືອກໃຫ້ເປັນຜູ້ທີ່ມີຄວາມຊ່ຽວຊານທາງດ້ານກົດໝາຍແຮງງານ ແລະ ການວ່າຈ້າງງານຢູ່ໃນ ສປປ ລາວ ໂດຍຍົກເວັ້ນການໃຫ້ບໍລິການດ້ານການວ່າຄວາມ.
ກະລຸນາສົ່ງອີເມວ໌ຫາພວກເຮົາໄດ້ທີ່ info@mekonglegal.com. ພວກເຮົາເລືອກທີ່ຈະໃຫ້ການບໍລິການໃນຮູບແບບອອນລາຍ ເພື່ອເຮັດໃຫ້ຄ່າບໍລິການຂອງພວກເຮົາມີລາຄາຖືກ ເພື່ອເຮັດໃຫ້ທ່ານໄດ້ຈ່າຍນ້ອຍລົງ. ຖ້າພວກທ່ານຕ້ອງການປຶກສາຫາລືກັບພວກເຮົາ, ພວກເຮົາສາມາດສົນທະນາກັບທ່ານໂດຍຜ່ານການໂທລະສັບໄດ້.
ພວກເຮົາແມ່ນ ບໍລິສັດທີ່ປຶກສາກົດໝາຍໃຫມ່ ແລະ ເປັນແຫ່ງທຳອິດທີ່ໃຫ້ການບໍລິການໃຫ້ຄຳປຶກສາທາງດ້ານກົດໝາຍແບບອອນລາຍ.
ຮູບແບບຂອງຄຳວ່າ “NewLaw” ແມ່ນຖືກເບິ່ງວ່າເປັນອຸປະສັກຕໍ່ BigLaw ຫຼື ຮູບແບບທຸລະກິດທີ່ປຶກສາແບບດັ້ງເດີມ. ຄອນເຊັບ “NewLaw” ແມ່ນກຳລັງຖືກພັດທະນາຢູ່ ແຕ່ພວກເຮົາເຊື່ອວ່າ ສາມເນື້ອໃນໃຈຄວາມຫຼັກແມ່ນ:
(1) ເນັ້ນໜັກທີ່ໝາກຜົນ ເພື່ອຜົນປະໂຫຍດຂອງລູກຄ້າ
ໂດຍການໃຫ້ຄຳໝັ້ນສັນຍາໃນການຄິດໄລ່ຄ່າບໍລິການແບບ “ຄົງທີ່” ແທນທີ່ການຄິດໄລ່ຄ່າບໍລິການແບບ “ຄາດຄະເນ” ຫຼື “ຄິດໄລ່ເປັນຊົ່ວໂມງ” ພວກເຮົາຕ້ອງການໃຫ້ລູກຄ້າຂອງພວກເຮົາຮູ້ຢ່າງແນ່ນອນວ່າພວກເຂົາຈະຕ້ອງຈ່າຍຄ່າບໍລິການເທົ່າໃດ ໂດຍປາສະຈາກຄ່າທຳນຽມທີ່ເຊື່ອງອໍາ ຫຼື ເພີ່ມຂຶ້ນມາໃໝ່.
(2) ພັດທະນາການເຂົ້າເຖິງການບໍລິການທາງດ້ານກົດໝາຍ
ໂດຍຜ່ານການຈ່າຍຄ່າບໍລິການທີ່ມີລາຄາຕໍ່າ, ເຂົ້າເຖິງກົດໝາຍແບບຟຣີ ແລະ ສະເໜີການບໍລິການແບບບໍ່ຄິດຄ່າເມື່ອພວກເຮົາສາມາດຊ່ວຍໄດ້, ພວກເຮົາມີຄວາມມຸ່ງໝັ້ນທີ່ຈະພັດທະນາຄວາມໂປ່ງໃສ ແລະ ການເຂົ້າເຖິງການບໍລິການທາງດ້ານກົດໝາຍຢູ່ ສປປ ລາວ.
(3) ນໍາໃຊ້ປະໂຫຍດຈາກເຕັກໂນໂລຊີ ເພື່ອເພີ່ມຜົນຜະລິດ ແລະ ປະສິດຕິພາບ
ໂດຍການສະໜອງການບໍລິການແບບອອນລາຍ, ພວກເຮົາສາມາດຮອງຮັບການເຮັດວຽກແບບຢືດຢຸ່ນ ສຳລັບ ນັກກົດໝາຍຂອງພວກເຮົາໃນການເຮັດວຽກນອກສະຖານທີ່ ແລະ ປັບປຸງການຕອບສະໜອງຕໍ່ລູກຄ້າຂອງພວກເຮົາໃຫ້ຫຼາຍກວ່າ 9-5 ວັນລັດຖະການແບບດັ້ງເດີມ. ນັກກົດໝາຍທີ່ມີຄວາມຊ່ຽວຊານດ້ານເຕັກໂນໂລຊີຂອງພວກເຮົາ ຈະສືບຕໍ່ຊອກຫາວິທີການທາງດ້ານເຕັກໂນໂລຊີ ເພື່ອພັດທະນາການສົ່ງອອກການບໍລິການທາງດ້ານກົດໝາຍຂອງພວກເຮົາ.
ບໍ່, ການປຶກສາທາງດ້ານກົດໝາຍຄັ້ງທຳອິດຂອງພວກເຮົາແມ່ນຟຣີ. ພວກເຮົາຈະບໍ່ຄິດໄລ່ຄ່າບໍລິການກັບລູກຄ້າຈົນກວ່າພວກເຮົາຈະເຂົ້າໃຈຄວາມຕ້ອງການທີ່ແທ້ຈິງຂອງທ່ານ ແລະ ຈົນກວ່າພວກເຮົາຈະສາມາດກຳນົດຂອບເຂດຂອງໜ້າວຽກໃນການຊ່ວຍເຫຼືອທ່ານ, ແລະ ຈົນກວ່າທ່ານໄດ້ເຊັນສັນຍາບໍລິການຂອງພວກເຮົາ, ພວກເຮົາຈະບໍ່ຄິດໄລ່ຄ່າບໍລິການຈາກທ່ານຈົນກວ່າຈະມີການເຊັນສັນຍາ.
ວຽກແຕ່ລະຢ່າງແມ່ນມີຄວາມແຕກຕ່າງກັນ. ທຳອິດພວກເຮົາຕ້ອງເຂົ້າໃຈເລື້ອງລາວ ຫຼື ຄວາມຕ້ອງການຂອງທ່ານກ່ອນ ເພື່ອສະໜອງລາຄາ ສຳລັບ ການບໍລິການທີ່ທ່ານຕ້ອງການ. ໃນບາງກໍລະນີ, ອາດຈະມີບາງຄຳຖາມທີ່ພວກເຮົາສາມາດຕອບທ່ານໄດ້ແບບບໍ່ຄິດຄ່າບໍລິການ. ໃນກໍລະນີອື່ນໆ, ພວກເຮົາຈະປະເມີນເລື້ອງລາວຂອງທ່ານ ແລະ ສະໜອງຄ່າບໍລິການແບບຄົງທີ່ໂດຍການກຳນົດໜ້າວຽກ, ລາຄາ ແລະ ເວລາທີ່ຈະນຳໃຊ້ເຂົ້າໃນການເຮັດ.
ຄ່າບໍລິການຂອງເຮົາແມ່ນອີງຕາມຄວາມສັບສົນ ຫຼື ຄວາມຫຍຸ້ງຍາກຂອງໜ້າວຽກຂອງທ່ານ ແລະ ເວລາທີ່ຈະນຳໃຊ້ໃນການເຮັດວຽກ. ໃນບາງກໍລະນີ, ຄ່າບໍລິການແບບຄົງທີ່ຂອງພວກເຮົາໝາຍເຖິງ ທ່ານຈະບໍ່ຖືກຄິດໄລ່ຄ່າບໍລິການເພີ່ມເຕີມລາຄາທີ່ໄດ້ຕົກລົງກັນໄວ້ເບື້ອງຕົ້ນ ຖ້າວ່າວຽກຂອງທ່ານບໍ່ແກ່ຍາວ ຫຼື ສັບສົນ (ຊຶ່ງສິ່ງດັ່ງກ່າວສາມາດເກີດຂຶ້ນໄດ້ຕະຫຼອດເວລາຢູ່ໃນ ສປປ ລາວ). ໂດຍລັກສະນະທີ່ບໍ່ອາດຈະຄາດຄະເນໄດ້ຈາກກສອບຖາມ ແລະ ຂັ້ນຕອນຕ່າງໆໃນ ສປປ ລາວ, ຫຼາຍໆຄັ້ງຈະເປັນເລື້ອງຍາກສຳລັບພວກເຮົາໃນການສະໜອງເວລາການເຮັດວຽກທີ່ແນ່ນອນໃຫ້ແກ່ທ່ານ. ແຕ່ເຖິງແນວໃດກໍຕາມ, ຢາກໃຫ້ທ່ານໝັ້ນໃຈວ່າ ພວກເຮົາຈະປະຕິບັດສຸດຄວາມສາມາດໃນການສະໜອງຂໍ້ມູນ ກ່ຽວກັບ ເວລາໃນການສຳເລັດໜ້າວຽກໃຫ້ແກ່ທ່ານ ແລະ ຈະແຈ້ງກ່ຽວກັບການອັບເດດໃຫ້ແກ່ທ່ານຊາບເປັນປະຈຳ.
ສັນຍາບໍລິການຂອງພວກເຮົາຈະກຳນົດຮູບແບບຂອງການຊໍາລະໄວ້. ພວກເຮົາມີຈຸດປະສົງໃຫ້ລູກຄ້າໂອນເງິນມັດຈຳເຕັມຈຳນວນໃຫ້ແກ່ພວກເຮົາ ກ່ອນທີ່ຈະມີການເລີ່ມວຽກຂອງທ່ານ. ເງິນຂອງທ່ານຈະຖືກເກັບໄວ້ຢູ່ໃນບັນຊີ trust account ຂອງພວກເຮົາ ແລະ ຈະບໍ່ຖືກນຳໃຊ້ຈົນກວ່າໜ້າວຽກທີ່ໄດ້ຕົກລົງກັນໄວ້ຈະສຳເລັດ. ຖ້າວ່າ ທ່ານຕັດສິນໃຈທີ່ຈະຍົກເລີກສັນຍາບໍລິການຂອງພວກເຮົາກ່ອນທີ່ໜ້າວຽກຈະສຳເລັດ, ພວກເຮົາຈະສົ່ງຄືນເງິນຄ່າບໍລິການໃຫ້ແກ່ທ່ານ ໂດຍບໍ່ລວມເອົາຄ່າບໍລິການສຳລັບໜ້າວຽກທີ່ພວກເຮົາໄດ້ເຮັດໄປແລ້ວ.
ບໍລິສັດຂອງພວກເຮົາແມ່ນຖືກສ້າງຕັ້ງຂຶ້ນໂດຍທະນາຍຄວາມ ອົດສະຕຣາລີ ສອງ ທ່ານ ທີ່ມີປະສົບການເຮັດໃຫ້ການບໍລິການທາງດ້ານກົດໝາຍຢູູ່ ສປປ ລາວ. ບໍລິສັດຂອງພວກເຮົາແມ່ນໄດ້ຮັບການສະໜັບສະໜູນຈາກທະນາຍຄວາມທ້ອງຖິ່ນທີ່ມີປະສົບການ ແລະ ພະນັກງານທີ່ສາມາດເຮັດວຽກທາງດ້ານກົດໝາຍໄດ້ຢ່າງປານີດ.